ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮູ​ຕິ ກ່າວ​ເຕືອນຈະ​ດຳເນີນ​ສົງຄາມ​ບໍ່​ມີ​ຂອບ​ເຂດ​ກັບ ອິດ​ສະ​ຣາ​ແອນ

     ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ ວັນ​ທີ 4 ມັງກອນ ​ນີ້​ວ່າ: ຕອນ​ບ່າຍ​ ວັນ​ທີ 3 ມັງກອນ, ຢູ່​ສຳນັກງານ ​ສປຊ, ທີ່​ນະຄອນ
ນິວ​ຢອກ, ປະເທດ ສະຫະລັດອາ​ເມ​ຣິ​ກາ, ສະພາ​ຄວາມ​ໝັ້ນຄົງ ​ສປຊ ໄດ້​ຮຽກ​ປະຊຸມ​ດ່ວນເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​​ເຫດ​ບຸກ
​ໂຈມ​ຕີ ໂດຍ​ບັນດາ​ມື​ປືນ ຮູ​ຕິ ດຳເນີນ​ຢ່າງ​ລຽນຕິດ​ຢູ່ທະເລ​ແດງ, ໃນ​ຂະນະ​ການ​ປະ​ທະ​ກັນ​ລະຫວ່າງ ອິດ​ສະ​ຣາ​ແອນ ແລະ ຂະ
​ບວນ​ການ ອິດ​ສະ​ລາມ ຮາ​ມາດ​​ ຂອງ ປາ​ແລັດ​ສະ​ຕິນ ມີ​ຄວາມ​ສ່ຽງ​ແຜ່​ລາມ​ອອກໄປ​ທົ່ວ​ພາກ​ພື້ນ. ທ່ານ ອາຊີ​ນີ​ໂອ ໂດ​ມິງ​ກື
ເລຂາທິການອົງການ​ເດີນ​ເຮືອ​ສາກົນຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ລະງັບ​ໃຈ ແລະ ຫຼຸດຜ່ອນ​ການ​ປະ​ທະ​ກັນ “ເພື່ອ​ຮັບປະ
ກັນ​ຄວາມ​ປອດ​ໄພ​ໃຫ້​ບັນດາ​ກຳ​ປັ່ນ​ຢູ່​ພາກ​ພື້ນ, ຮັບປະກັນ​ການ​ເດີນ​ເຮືອ​ແບບ​ເສລີ ແລະ ລະບົບ​ສະໜອງ ​ໄດ້​ດຳເນີນ​ໄປ​ເປັນ
​ປົກກະຕິ”.

     ເນື່ອງຈາກອົງການ​ນີ້ ຈະ​ສືບຕໍ່​ຕິດຕາມ​ສະພາບ​ການບວກ​ກັບ​ການ​ຮ່ວມ​ມື​ຂອງ​ບັນດາ​ປະເທດ​ສະມາຊິກ ແລະ ຄູ່​ຮ່ວມ​ມື,
ພ້ອມ​ດ້ວຍ​ທະຫານ​ເຮືອ ເຂົ້າ​ຮ່ວມ​ຮັບປະກັນ​ຄວາມ​ໝັ້ນຄົງ​ຢູ່​ທະເລ. ໂຄສົກ​ຂອງ​ຂະ​ບວນ​ການ ຮູ​ຕິ ຢູ່ ເຢ​ເມນ ໃຫ້​ຮູ້​ວ່າ: ຂະ​
ບວນ​ການ​ນີ້ ຈະ​ສືບຕໍ່​ສະກັດ​ກັ້ນ​ກຳ​ປັ່ນ​ລຳ​ຕ່າງໆ​ຂອງ ອິດ​ສະ​ຣາ​ແອນ ຫຼື ກຳປັ່ນ​ລຳ​ໃດ​ທີ່​ໄປ​ຜ່ານ ອິດ​ສະ​ຣາ​ແອນ  ເພື່ອ​ເຂົ້າ​ໄປ​
ຍັງ​ທະເລ​ແດງ ແລະ ທະເລ ອາ​ຣັບ ຈົນກວ່າເຄື່ອງ ແລະ ຢາ​ຊ່ວຍເຫຼືອ​ໄດ້​ຮັບ​ການ​ອະນຸຍາດ​ເຂົ້າ​ເຂດກາ​ຊາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/01/2024